ມຽນມາ ຕໍ່ເວລາພາວະສຸກເສີນໃນທົ່ວປະເທດອອກໄປອີກ 6 ເດືອນ
ວິທະຍຸສາກົນ (CRI) ແຫ່ງ ສປ ຈີນ ລາຍງານໃຫ້ຮູ້ໃນວັນທີ 1 ກຸມພາ 2024 ນີ້ວ່າ: ຄະນະ ກຳມະການປ້ອງກັນຊາດ ແລະ ຄວາມ
ໝັ້ນຄົງ ມຽນມາ ໄດ້ຕົກລົງຕໍ່ເວລາພາວະສຸກເສີນໃນທົ່ວປະ ເທດອອກໄປອີກ 6 ເດືອນ.
ພາຍຫລັງຄະນະກຳມະການປ້ອງກັນຊາດ ແລະ ຄວາມໝັ້ນຄົງ ມຽນມາ ໄດ້ຈັດກອງປະຊຸມ ແລະ ເຫັນດີເປັນເອກະພາບປະຕິບັດຕາມ
ຂໍ້ຕົກລົງມາດຕາທີ່ກ່ຽວຂ້ອງໃນລັດຖະທຳມະນູນ, ເນື່ອງຈາກວ່າສະພາບການພາຍໃນປະເທດ ໃນປັດຈຸບັນຍັງຕົກຢູ່ໃນສະພາວະທີ່ບໍ່ປົກກະ
ຕິ, ພາວະສຸກເສີນທົ່ວປະເທດ ຍັງຈະໄດ້ຕໍ່ເວລາອອກໄປອີກ 6 ເດືອນ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການກວາດລ້າງການສໍ້ໂກງ
ທາງໂທລະຄົມ ແລະ ອິນເຕີເນັດ, ການຊຸກຍູ້ການພັດທະນາ ແລະ ຄວາມກ້າວໜ້າທາງດ້ານການສຶກສາຂອງປະເທດ ແລະ ດຳເນີນການສຳ
ຫຼວດປະຊາກອນໃນທົ່ວປະເທດ ເປັນຕົ້ນ.
ໃນເດືອນກຸມພາ ປີ 2021 ທີ່ຜ່ານມາ, ທ່ານ ມິນສະເວ ປະທານາທິບໍດີຊົ່ວຄາວຂອງ ມຽນມາ ໄດ້ປະກາດໃຫ້ທົ່ວປະເທດ ເຂົ້າສູ່ພາວະ
ສຸກເສີນເປັນເວລາໜຶ່ງປີ ແລະ ມອບອຳນາດແຫ່ງຊາດ ໃຫ້ກອງກຳລັງປ້ອງກັນປະເທດ. ຕໍ່ມາ, ກອງກຳລັງປ້ອງກັນປະເທດ ໄດ້ຈັດຕັ້ງຄະນະ
ກຳມະການການບໍລິຫານງານແຫ່ງຊາດ ເຊິ່ງໄດ້ແຕ່ງຕັ້ງໃຫ້ ທ່ານ ມິນ ອອງລາຍ ເປັນປະທານຄະນະກຳມະການດັ່ງກ່າວ. ໃນໄລຍະຜ່ານມາ,
ຄະນະກຳມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ມຽນມາ ໄດ້ປະກາດຕໍ່ເວລາພາວະສຸກເສີນທົ່ວປະເທດຫຼາຍເທື່ອແລ້ວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/02/2024